ວິໄສທັດ – VISION

 

ໂຄງການຊິ້ນສ່ວນທີ່ຂາດໄປ ມີເຈດຕະນາທີ່ຈະນຳເອົາວັດຖຸຕ່າງໆມານຳສະເໜີໃຫ້ເປັນທີ່ລະລຶກ ຢູ່ສະຖານທີ່ ອະນຸສາວະລີນັກຮົບເກົ່າສົງຄາມວຽດນາມ (ເອີ້ນສັ້ນໆວ່າ ກຳແພງ)ຕໍ່ມວນຊົນທົ່ວປະເທດ ໃນວັນທີ 30 ເດືອນ ເມສາ ປີ 2020 ຢ່າງມີການປະສົມປະສານຈາກຊາວຽດນາມ, ລາວ, ກຳປູເຈັຍ, ແລະຊົນຊາດອື່ນໆ. ທີ່ຍັງມີຜົນກະທົບເທົ້າທຸກວັນນີ້ຈາກສົງຄາມທີ່ເກີດຂຶ້ນໃນທະວີບເອເຊັຍຕະວັນອອກສ່ຽງໄຕ້ ເພື່ອໃຫ້ຊົນຊາດເຫຼົ່ານີ້ສາມາດເກັບກູ້ເອົາປະສົບການທີ່ຜ່ານມາ, ປະຫວັດສາດ, ແລະຄວາມຊົງຈຳ ຕາມສະພາບຂອງແຕ່ລະບຸກຄົນ ການອຸທິດແບບສ່ວນລວມຈະຖືກຈັດຂຶ້ນໃນວັນຄົບຮອບ 50 ປີຂອງການ “ສິ້ນສຸດ” ຂອງສົງຄາມວຽດນາມ ໃນວັນທີ 30 ເດືອນ ເມສາ ປີ 2025.

ໂຄງການແບບທົດລອງໄດ້ເກີດຂຶ້ນໃນວັນທີ 30 ເດືອນ ເມສາ ປີ 2018 ເຊີ່ງໄດ້ຮັບການອຸທິດວັດຖຸຈາກອົງການ VietUnity ແຫ່ງຊຸມຊົນເມືອງ Los Angeles. ອີກຫຼາຍປີທີ່ຈະເຖີງນີ້ ພວກເຮົາຄາດໝາຍທີ່ຈະຂະຍາຍໂຄງການນີ້ໃຫ້ເຕົ້າໂຮມເອົາຊຸມຊົນຕ່າງໆທີ່ໄດ້ຮັບຜົນກະທົບຈາກສົງຄາມດັງກ່າວ.

 

ປະຫວັດສາດ – HISTORY

 

ກຳແພງອະນຸສາວະລີ ຖືວ່າເປັນສະຖານທີ່ຊ່ອຍໃຫ້ຜູ້ຢ່ຽມຢາມໄດ້ປິ່ນປົວບາດແຜສະພາບຈິດໃຈ ຜູ້ຢ່ຽມຢາມຫຼາຍຄົນຈະປະວັດຖຸສິ່ງຂອງໄວ້ເປັນທີ່ລະລຶກຢູ່ກຳແພງອະນຸສາວະລີ ເຖີງຍາດຕິພີ່ນ້ອງທີ່ເສັຍຊີວິດ ຫຼື ເພື່ອເປັນການປົດປ່ອຍຄວາມເຈັບປວດຈາກປົມໃນໃຈ

ນັບຕັ້ງແຕ່ວັນເປີດໃນປີ 1982 ເຈົ້າໜ້າທີ່ຮັກສາອຸທະຍານແຫ່ງຊາດໄດ້ເກັບກຳເອົາວັດຖຸທັ້ງໝົດທີ່ຖືກປະໄວ້ກຳແພງອະນຸສາວະລີ ເຊີ່ງໄດ້ຖືກຈົດລະບຸ ແລະຮັກສາໄວ້ໃນແຫຼ່ງບັນທຶກແຫ່ງຊາດ

ແຕ່ວ່າ ໃນລະຫວ່າງທີ່ພວກເຮົາໄດ້ໄປຢ່ຽມຢາມໃນປີ 2015 ຈາກຄວາມຊ່ວຍເຫຼືອຂອງເຈົ້າໜ້າທີ່ຮັກສາແຫຼ່ງບັນທຶກ, ພວກເຮົາຄົ້ນເຫັນວ່າ ຈາກຈຳນວນຫຼາຍພັນອັນທີ່ຖຶກປະໄວ້ກຳແພງອະນຸສາວະລີ ວັດຖຸທີ່ຊາວອົບພະຍົບວຽດນາມປະໄວ້ມີພຽງ 6 ອັນ.

ດ້ວຍສາເຫດໃດຊາວອົບພະຍົບວຽດນາມຈັ່ງບໍ່ໄດ້ຖືກຈັດໃຫ້ເຂົ້າຮ່ວມເປັນທີ່ລະລຶກໃຫ້ມວນຊົນໄດ້ເຫັນ?

ມີຊົນຊາດໃດແດ່ທີ່ໄດ້ຮັບຜົນກະທົບຈາກສົງຄາມໃນທະວີບຕະວັນອອກສ່ຽງໄຕ້ ທີ່ໄດ້ຂາດຫາຍໄປຈາກປະຫວັດສາດ?

ໄດ້ມີການກີດກັນນ້ຳສຽງຂອງບັນດາຊຸມຊົນດັງກ່າວເພື່ອບໍ່ໃຫ້ມີການສະແດງຢູ່ທີ່ອະນຸສາວະລີແຫ່ງຊາດບໍ່

ທັງແບບໂດຍກົງ (ລາຍຊື່ຂອງຜູ້ເສັຍຊີວິດບໍ່ໄດ້ຖືກລະບຸ) ຫຼືທາງອ້ອມ (ພື້ນທີ່ບໍ່ແມ່ນສຳຫຼັບທ່ານ, ຢ່າປະສິ່ງຂອງທີ່ລະລຶກໄວ້)?

ໂຄງການນີ້ເປັນການແບ່ງປັນເອົາເນື້ອທີ່ສຳຫຼັບການຮວບໂຮມນ້ຳສຽງຂອງຊຸມຊົນຕ່າງໆທີ່ໄດ້ຮັບຜົນກະທົບຈາກສົງຄາມທີ່ເກີດຂຶ້ນໃນ. ທະວີບເອເຊັຍຕະວັນອອກສ່ຽງໄຕ້ ເພື່ອໃຫ້ເປັນທີ່ລະລຶກ ໃນອະນຸສາວະລີແຫ່ງຊາດແຫ່ງນີ້

ການຂ່າວສື່ສານມວນຊົນ – MEDIA

Muaj ib qho muv vim me-me tsim los ntawm Daniel Luu hais txog qhov dej num The Missing Piece Project yuav tso tawm rau xyoo 2019 Los Angeles Asian Pacific Film Festival hnub Thursday, 5 hlis, tim 9, 2019 ntawm Regal L.A. Live Theatre! Nias NOV yog xav paub ntau tshaj txog qhov no.

video

ນັກສິນລະປະກອນ ທ່ານ ແອນໂທນິອັສ ບູອີ ໄດ້ໃຫ້ສຳພາດນຳ ທ່ານ Bích Phượng ຈາກ ບໍລິສັດຂ່າວສານໄຊງ່ອນ SBTN-DC ແຫ່ງກຸງດີຊີ

video

ນັກສິນລະປະກອນ ທ່ານນາງ ທິຟຟານີ ລີ ໄດ້ໃຫ້ສຳພາດນຳ ທ່ານ Bích Phượng ຈາກ ບໍລິສັດຂ່າວສານໄຊງ່ອນ SBTN-DC ແຫ່ງກຸງດີຊີ

video

ນັກສິນລະປະກອນ ທ່ານນາງ ຄິມ ແທຣນ ໄດ້ໃຫ້ສຳພາດນຳ ທ່ານ Bích Phượng ຈາກ ບໍລິສັດຂ່າວສານໄຊງ່ອນ SBTN-DC ແຫ່ງກຸງດີຊີ

ທີມງານ – TEAM

team3

Kim Tran

Leader
team8

Keva Bui

Participant
team4

Lan Nguyen

Website Designer
team6

David Dang

Video Editor
team2

Tiffany Le

Logo Designer
team1

Vivian Duong

Logo Designer / Videographer
team4

Lan Hoang Nguyen

Photographer / Videographer / Video Editor
team3

Quyen Nguyen-Le

Videographer
team5

Sunny Le

Website Designer
team7

Daniel Luu

Videographer
team2

Kim Pham

Video Editor

ຄຳຖາມທີ່ຖືກຖາມເລື້ອຍໆ (FAQ)

ການສະສົມຂອງລະລຶກນັກຮັບເກົ່າສົງຄາມວຽດນາມແມ່ນຫຍັງ?

ການສະສົມສິ່ງທີ່ລະລຶກເຖີງນັກຮົບເກົ່າສົງຄາມວຽດນາມ ແມ່ນການຮວບໂຮມເອົາວັດຖຸຕ່າງໆທີ່ມວນຊົນປະໄວ້ສະຖານທີ່ອະນຸສາວະລີນັກຮົບເກົ່າສົງຄາມວຽດນາມ (ເອີ້ນສັ້ນໆວ່າ ກຳແພງ) ທີ່ຕັ້ງຢູ່ກຸງວໍຊິງຕັນ ດີຊີ. ມີວັດຖຸປະມານ 400,000 ອັນ ທີ່ຖືກເກັບສະສົມໄວ້ທີ່ສູນຊັບພະຍາກອນສວນອຸທະຍານແຫ່ງຊາດ. ເປັນການເກັບກຳສະສົມທີ່ມີເອກະລັກ ດ້ວຍວ່າວັດຖຸທຸກອັນແມ່ນການບໍລິຈາກຂອງສະມາຊິກມວນຊົນຜູ້ມາຢ່ຽມຢາມກຳແພງ.

ດັງນັ້ນ ມັນຖືເປັນການຈັດສະແດງສະສົມແບບສາທາລະນະ, ຕ່າງຈາກການຈັດສະແດງດ້ວຍບຸກຄົນ ຫຼືຈາກສະຖາບັນໃດໜຶ່ງ

ແມ່ນຫຍັງກະຕຸ້ນໃຫ້ຈັດຕັ້ງໂຄງການຊິ້ນສ່ວນທີ່ຂາດໄປ?

ໂຄງການນີ້ເລີ່ມມາຈາກການໄປຢ່ຽມຢາມການສະສົມຂອງລະລຶກນັກຮົບເກົ່າສົງຄາມວຽດນາມໃນປີ 2015 ຂອງທ່ານນາງ ຄິມ ແທຣນ. ນາງສົນໃຈໄປເບີ່ງວ່າຈະມີວັດຖຸໃດໃນລາຍການສະສົມ ທີ່ຖືກປະໄວ້ໂດຍສະມາຊິກຊາວອົບພະຍົບວຽດນາມ. ຈາກການຊ່ວຍເຫຼືອຂອງຜູ້ຈັດການສະແດງ ນາງເຫັນວ່າ ຈາກຈຳນວນສິ່ງຂອງຫຼາຍແສນອັນ ມີພຽງ 6 ອັນ ທີ່ຖືກປະໄວ້ດ້ວຍຊາວວຽດນາມ.

ການສະແດງທີ່ບໍ່ມີວັດຖຸສະສົມຈາກຊາວອົບພະຍົບວຽດນາມ ເປັນສິ່ງບົ່ງບອກວ່າຄຳບອກເລົ່າຂອງສັງຄົມໂດຍລວມກ່ຽວກັບສົງຄາມວຽດນາມ ມັກບໍ່ຫຼຽວເຫັນປະສົບການຂອງຊາວວຽດນາມ ແລະສະມາຊິກຊົນຊາດຕ່າງໆ.

ໂຄງການຊິ້ນສ່ວນທີ່ຂາດໄປແບບທົດລອງແມ່ນຫຍັງ?

ໂຄງການຊິ້ນສ່ວນທີ່ຂາດໄປແບບທົດລອງໄດ້ຖືກສ້າງຂື້ນໃນວັນທີ 30 ເດືອນ ເມສາ ປີ 2018 ດ້ວຍຄວາມສະໜັບສະໜຸນຈາກໂຄງການ ລວບລວມອົບພະຍົບສຳຄົນສຶກສາ.

ສະມາຊິກຫຼາຍຄົນຈາກອົງການ VietUnity ແຫ່ງຊຸມຊົນເມືອງ Los Angeles ໄດ້ເກັບໂຮມເອົາວັດຖຸຕ່າງໆຈາກຄົນໃນຊຸມຊົນ ແລະເດີນທາງໄປກຸງວໍຊິງຕັນດີຊີ ເພື່ອເອົາໄປປະໄວ້ເປັນທີ່ລະລຶກຢູ່ກຳແພງ.

ທ່ານສາມາດເບີ່ງຮູບເງົາສາລະຄະດີຂອງວັດຖຸເຫຼົ່ານີ້ໄດ້ໃນວັກຕອນ ຮູບພາບ.

ຂ້າພະເຈົ້າຈະນຳສະເໜີວັດຖຸຕໍ່ໂຄງການຊິ້ນສ່ວນທີ່ຂາດໄປແນວໃດ?

ຈັດຕັ້ງການລວບລວມສິ່ງຂອງທີ່ລະລຶກພາຍໃນຊຸມຊົນຂອງທ່ານ. ເວລາທ່ານປະວັດຖຸສິ່ງຂອງທີ່ລະລຶກໄວ້ຢູ່ກຳແພງ ໃຫ້ທ່ານເກັບເອົາຫຼັກຖານ ເປັນຕົ້ນວ່າ ການຖ່າຍພາບ, ຂຽນອະທິບາຍວັດຖຸເປັນລາຍລັກອັກສອນ, ເຮັດສຳພາດວິດິໂອ, ແລ້ວນຳສົ່ງສະເໜີເປັນແຟ້ມດິຈິໂຕໄປຫາໂຄງການຊິ້ນສ່ວນທີ່ຂາດໄປ. ທາງເຮົາຕ້ອງການຢ່າງໜ້ອຍຮູບໜື່ງໃບຂອງວັດຖຸທີ່ທ່ານປະໄວ້ທີ່ກຳແພງ ເພື່ອເອົາເຂົ້າເກັບລວບລວມໄວ້ໃນແຟ້ມສະສົມແບບດິຈິໂຕ.

ວັດຖຸສິ່ງຂອງຊະນິດໃດທີ່ສາມາດເອົານຳສະເໜີໄດ້?

ໃນຊ່ວງໄລຍະຂອງໂຄງການແບບທົດລອງນັ້ນ ຜູ້ຄົນປະໄວ້ທຸກສິ່ງຂອງ ເປັນຕົ້ນວ່າ ພົງສາວະລີຕະກູນ, ຮູບພາບ, ຮູບສິນລະປະ, ບົດກອນ, ແລະສິນລະປະວັດຖຸ.

ພວກເຮົາຂໍຊຸກຍູ້ໃຫ້ທ່ານເລືອກວັດຖຸສິ່ງຂອງອັນໃດກໍ່ໄດ້ເປັບການລະລຶກ ທີ່ມີຄຸນຄ່າທາງມໍລະດົກ ແລະປະສົບການຂອງທ່ານໃນສົງຄາມທີ່ເກີດຂຶ້ນໃນທະວີບເອເຊັຍຕະວັນອອກສ່ຽງໄຕ້. ບໍ່ມີມາດຕະຖານໃນການຄັດເລືອກວັດຖຸສິ່ງຂອງເປັນທີ່ລະລຶກ.

ສຳຫຼັບສິ່ງຂອງທີ່ເກັບສະສົມໄວ້ໃນບັນທຶກດິຈິໂຕໂດຍໂຄງການຊິ້ນສ່ວນທີ່ຂາດໄປ ແຟ້ມຮູນເງົາສາລະຄະດີທີ່ທາງເຮົາຮັບເອົາແມ່ນຊະນິດ jpeg, png, pdf, mp4, mov, mp3, ແລະ wav.

ຫຼັງຈາກນຳສະເໜີສຳເຫຼັດແລ້ວ ວັດຖຸຂອງຂ້າພະເຈົ້າຈະໄປຢູ່ໃສ?

ວັດຖຸຕົ້ນສະບັບຈະຖືກເກັບໄວ້ໂດຍ ສູນບໍລິການສວນອຸທະຍານເກັບສະສົມທີ່ອະນຸສາວະລີນັກລົບວຽດນາມເກົ່າແຫ່ງຊາດ (https://www.nps.gov/vive/learn/collections.htm) ຖ້າວ່າວັດຖຸນັ້ນຢູ່ພາຍໃນຂອບເຂດໝາຍຖະແຫຼງການສະສົມ (https://www.nps.gov/vive/learn/upload/VIVE-SOCS2-compliant-08-05-16-FINAL.pdf).

ແຟ້ມຮູບເງົາດິຈິໂຕຂອງວັດຖຸທີ່ລະລຶກຈະຫາເຫັນໄດ້ໃນແວັບໄຊ້ຂອງໂຄງການຊິ້ນສ່ວນທີ່ຂາດໄປ.

ຂ້າພະເຈົ້າຈະສົ່ງເສີມໂຄງການນີ້ໄດ້ແນວໃດ?

ຊ່ວຍພວກເຮົາເຜີຍແຜ່ຄຳບອກເລົ່າໂດຍການແຊຣແວັບໄຊ້, ເຟສບຸກ ຂອງພວກເຮົາເປັນຕົ້ນ ແລະບອກເລົ່າກ່ຽວກັບໂຄງການນີ້ໃຫ້ຄົນໃນຊຸມຊົນຂອງທ່ານໄດ້ຮູ້

DISCLAIMER

The communities affected by the conflict in Southeast Asia are diverse in their personal experiences and perspectives. The Missing Piece Project aims to create a space that is open to a wide range of viewpoints, in order to show the complexity of these communities and their experiences. The views and opinions expressed by those who participate in the project are solely their own and do not necessarily reflect the views of the organizers of the Missing Piece Project.

Scroll Up